ຂ້າມໄປເນື້ອໃນ
STP Development Sole Co., Ltd.
ພາບມຸມສູງ ຂອງບ້ານຈັດສັນ ທີ່ມີເຮືອນຫຼັງຄາສີແດງ, ຖະໜົນ ແລະ ສວນ ຢູ່ກ້ອງພູເຂົາ

ແຜນຈັດຕັ້ງປະຕິບັດການຈັດສັນຍົກຍ້າຍ

6 ດ້ານ ທີ່ກວມເອົາ ແຜນງານການຈັດສັນຍົກຍ້າຍ ທັງໝົດ ນັບແຕ່ການສຳຫຼວດ ຄັ້ງທຳອິດ ຈົນເຖິງ ການຟື້ນຟູຊີວິດການເປັນຢູ່.

  1. ການປຶກສາຫາລື ແລະ ການມີສ່ວນຮ່ວມ ຂອງພາກສ່ວນກ່ຽວຂ້ອງ

    ກອງປະຊຸມຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ພ້ອມບັນທຶກຄຳຖາມ ແລະ ຄຳຕອບ ທຸກຄັ້ງ.

    • ກອງປະຊຸມ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ
    • ກອງປະຊຸມສະເພາະ ກັບແມ່ຍິງ ແລະ ຊົນເຜົ່າ
    • ການປຶກສາຫາລື ຊຸມຊົນໃນບ້ານເຈົ້າພາບ
    • ການເປີດເຜີຍ ສິດ ຂອງຜູ້ໄດ້ຮັບຜົນກະທົບ
    • ກົນໄກແກ້ໄຂຄຳຮ້ອງທຸກ
  2. ການສຳຫຼວດເສດຖະກິດ-⁠ສັງຄົມ ແລະ ຜູ້ໄດ້ຮັບຜົນກະທົບ

    ສຳຫຼວດທຸກຄົວເຮືອນທີ່ໄດ້ຮັບຜົນກະທົບ ແລະ ສ້າງຂໍ້ມູນພື້ນຖານລາຍຮັບ ເພື່ອໃຊ້ທຽບຜົນໃນພາຍຫຼັງ.

    • ການສຳຫຼວດ ທຸກຄົວເຮືອນ ທີ່ໄດ້ຮັບຜົນກະທົບ
    • ຂໍ້ມູນພື້ນຖານ ອາຊີບ, ລາຍຮັບ ແລະ ລາຍຈ່າຍ
    • ການກຳນົດ ກຸ່ມບອບບາງ
    • ທະບຽນ ແລະ ຖານຂໍ້ມູນ ຜູ້ໄດ້ຮັບຜົນກະທົບ (PAP)
  3. ການຂຶ້ນບັນຊີຊັບສິນ ແລະ ການທົດແທນ

    ທີ່ດິນ, ເຮືອນ, ຕົ້ນໄມ້ ແລະ ພືດຜົນ ທຸກລາຍການ ວັດແທກຮ່ວມກັບເຈົ້າຂອງ, ຕີລາຄາຕາມມູນຄ່າທົດແທນເຕັມ ແລະ ບັນທຶກໃນບັນຊີທີ່ເຊັນຢັ້ງຢືນ.

    • ການສຳຫຼວດ ທີ່ດິນ, ເຮືອນ, ສິ່ງປຸກສ້າງ, ຕົ້ນໄມ້ ແລະ ພືດຜົນ
    • ບັນຊີການສູນເສຍຊັບສິນ ທີ່ເຈົ້າຂອງເຊັນຮັບຮອງ
    • ການປະເມີນ ຕາມມູນຄ່າທົດແທນ
    • ຕາຕະລາງສິດຜູ້ໄດ້ຮັບຜົນກະທົບ ແລະ ສັນຍາທົດແທນ
  4. ການວາງແຜນຈັດສັນຍົກຍ້າຍ

    ແຜນຈັດຕັ້ງປະຕິບັດການຈັດສັນຍົກຍ້າຍ (RAP), ແຜນຍົກຍ້າຍແຕ່ລະບ້ານ ແລະ ແຕ່ລະໄລຍະ, ແລະ ຜັງບ້ານຈັດສັນໃໝ່.

    • ແຜນຈັດຕັ້ງປະຕິບັດການຈັດສັນຍົກຍ້າຍ (RAP) ສະບັບໃໝ່ ແລະ ສະບັບປັບປຸງ
    • ແຜນການຍົກຍ້າຍ ແຕ່ລະບ້ານ ແຕ່ລະໄລຍະ
    • ການວາງແຜນ ສະຖານທີ່ບ້ານຈັດສັນໃໝ່
    • ແຜນກຳນົດເວລາ ແລະ ງົບປະມານ
  5. ການຟື້ນຟູຊີວິດການເປັນຢູ່

    ກະສິກຳ (ການປູກຝັງ, ການລ້ຽງສັດ) ແລະ ການປະມົງ, ອາຊີບຄ້າຂາຍ ແລະ ບໍລິການ, ຫັດຖະກຳ ແລະ ໝວດອຸດສາຫະກຳຄົວເຮືອນ ທີ່ເລືອກຮ່ວມກັບແຕ່ລະຄົວເຮືອນ, ຕິດຕາມຈົນລາຍຮັບຟື້ນຄືນ.

    • ການປູກຝັງ ແລະ ການພັດທະນາດິນທຳການຜະລິດ
    • ການລ້ຽງສັດ ແລະ ໜ່ວຍບໍລິການສັດຕະວະແພດບ້ານ
    • ການປະມົງ ແລະ ການລ້ຽງປາ
    • ທຸລະກິດຂະໜາດນ້ອຍ, ສີມືແຮງງານ ແລະ ການຈ້າງງານ
    • ການຊ່ວຍເຫຼືອສະບຽງອາຫານ ໄລຍະຂ້າມຜ່ານ ແລະ ການຕິດຕາມລາຍຮັບ
  6. ການພັດທະນາຊຸມຊົນ

    ການຈັດຕັ້ງບ້ານ, ພື້ນຖານໂຄງລ່າງຊຸມຊົນ ແລະ ການຊ່ວຍເຫຼືອກຸ່ມບອບບາງ ຢູ່ບ້ານຈັດສັນໃໝ່.

    • ສ້າງຕັ້ງ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ອົງການຈັດຕັ້ງບ້ານ ແລະ ຄະນະກຳມະການພັດທະນາບ້ານ (VDC)
    • ຂຶ້ນທະບຽນ ປຶ້ມສຳມະໂນຄົວ, ໜ່ວຍບ້ານ ແລະ ເລກທີເຮືອນ
    • ຝຶກອົບຮົມ ໃຫ້ແກ່ແນວໂຮມບ້ານ, ສະຫະພັນແມ່ຍິງ, ຊາວໜຸ່ມ, ກອງຫຼອນບ້ານ ແລະ ປ້ອງກັນຄວາມສະຫງົບບ້ານ
    • ຝຶກອົບຮົມ ກ່ຽວກັບບົດບາດຍິງ-ຊາຍ ແລະ ກົດໝາຍຈະລາຈອນ
    • ສະໜັບສະໜູນການສຶກສາ
    • ກິດຈະກຳກິລາ ໃນວັນສຳຄັນຂອງຊາດ
    • ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີ ຂອງແຕ່ລະຊົນເຜົ່າ

ຖ້າໂຄງການຂອງທ່ານ ຕ້ອງຍົກຍ້າຍປະຊາຊົນ ຫຼື ນຳໃຊ້ທີ່ດິນຂອງປະຊາຊົນ, ທ່ານສາມາດຕິດຕໍ່ ແລະ ປຶກສາກັບພວກເຮົາໄດ້ ໃນທຸກໜ້າວຽກ ນັບແຕ່ເລີ່ມວາງແຜນ ຈົນຈົບໂຄງການ: ການສຳຫຼວດ, ການທົດແທນ, ການກໍ່ສ້າງບ້ານຈັດສັນໃໝ່, ການຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່.

ພຽງແຈ້ງປະເພດໂຄງການ, ສະຖານທີ່ ແລະ ຂັ້ນຕອນທີ່ກຳລັງດຳເນີນຢູ່ ພວກເຮົາຈະຕອບກັບ ພ້ອມຄຳແນະນຳວ່າ ໂຄງການຄວນມີການສຳຫຼວດ, ແຜນ ແລະ ການອະນຸມັດ ອັນໃດແດ່.

ປຶກສາໂຄງການຂອງທ່ານ