
ວິທີການເຮັດວຽກ ຂອງພວກເຮົາ
10 ຂັ້ນຕອນ ຕາມລຳດັບ ໂດຍມີ ການປຶກສາຫາລື, ການແກ້ໄຂຄຳຮ້ອງທຸກ ແລະ ການຕິດຕາມ ດຳເນີນຄຽງຄູ່ ຕະຫຼອດທຸກຂັ້ນຕອນ.
10 ຂັ້ນຕອນ
- 01
ກຳນົດຂອບເຂດ ແລະ ກະກຽມ
ຢັ້ງຢືນຂອບເຂດໂຄງການ ແລະ ທຸກພື້ນທີ່ ທີ່ໄດ້ຮັບຜົນກະທົບ. ຕົກລົງ ພາລະບົດບາດ ກັບຄະນະກຳມະການ ຂັ້ນແຂວງ ແລະ ຂັ້ນເມືອງ. ແຈ້ງໃຫ້ບ້ານຮັບຮູ້ ວ່າຈະມີຫຍັງເກີດຂຶ້ນ ແລະ ເມື່ອໃດ.
- 02
ການສຳຫຼວດປະຊາກອນ ແລະ ເສດຖະກິດ-ສັງຄົມ
ສຳພາດທຸກຄົວເຮືອນ ທີ່ໄດ້ຮັບຜົນກະທົບ. ບັນທຶກ ສະມາຊິກ, ອາຊີບ ແລະ ລາຍຮັບ.
- 03
ການສຳຫຼວດຊັບສິນ ແລະ ວັນທີກຳນົດສິດ
ວັດແທກ ທີ່ດິນ, ເຮືອນ, ຕົ້ນໄມ້ ແລະ ພືດຜົນ ຮ່ວມກັບເຈົ້າຂອງ. ຈາກນັ້ນ ອົງການປົກຄອງ ຮັບຮອງການຂຶ້ນທະບຽນ ແລະ ປະກາດວັນທີກຳນົດສິດ.
- 04
ການປະເມີນມູນຄ່າ ແລະ ສິດ
ນຳໃຊ້ຫົວໜ່ວຍທົດແທນ ທີ່ໄດ້ຮັບອະນຸມັດ ຕາມມູນຄ່າທົດແທນ. ກຳນົດວ່າ ໃຜມີສິດໄດ້ຮັບຫຍັງ ແລະ ຕົກລົງມູນຄ່າ ກັບເຈົ້າຂອງ ແຕ່ລະຄົນ.
- 05
ການວາງແຜນ ສະຖານທີ່ ແລະ ອາຊີບ
ຄັດເລືອກ ແລະ ອອກແບບ ບ້ານຈັດສັນໃໝ່ ຮ່ວມກັບຄົວເຮືອນ ແລະ ຊຸມຊົນເຈົ້າຖິ່ນ. ວາງແຜນ ການຟື້ນຟູລາຍຮັບ.
- 06
ປັບປຸງແຜນຈັດຕັ້ງປະຕິບັດການຈັດສັນຍົກຍ້າຍ ແລະ ອະນຸມັດ
ລວມເອົາ ຜົນການສຳຫຼວດ, ສິດ, ແຜນ, ແຜນກຳນົດເວລາ ແລະ ງົບປະມານ ເຂົ້າເປັນແຜນດຽວ. ສະເໜີ, ປັບປຸງ ແລະ ເຜີຍແຜ່ ສະບັບທີ່ໄດ້ຮັບອະນຸມັດ.
- 07
ການຈ່າຍຄ່າທົດແທນ
ຈ່າຍຄົບຖ້ວນ ເຂົ້າບັນຊີຮ່ວມ ຂອງຜົວ ແລະ ເມຍ ກ່ອນການບຸກເບີກ ຫຼື ນຳໃຊ້ທີ່ດິນ.
- 08
ການກໍ່ສ້າງ ແລະ ການຍົກຍ້າຍ
ກໍ່ສ້າງ ແລະ ມອບຮັບ ເຮືອນ ແລະ ການບໍລິການ ໃຫ້ສຳເລັດກ່ອນ. ກະກຽມແຕ່ລະຄົວເຮືອນ ແລ້ວຈຶ່ງຍົກຍ້າຍ ເປັນບ້ານ ແລະ ເປັນໄລຍະ.
- 09
ການຟື້ນຟູຊີວິດການເປັນຢູ່ ແລະ ການພັດທະນາຊຸມຊົນ
ຈັດຕັ້ງປະຕິບັດ ແຜນງານອາຊີບ ແລະ ການຊ່ວຍເຫຼືອໄລຍະຂ້າມຜ່ານ. ຊ່ວຍບ້ານຈັດສັນໃໝ່ ຈັດຕັ້ງການບໍລິການ ຂອງຕົນ.
- 10
ການສຳເລັດແຜນ
ການປະເມີນ ໂດຍພາກສ່ວນເອກະລາດ ກວດວ່າ ການທົດແທນຄົບຖ້ວນ, ລາຍຮັບຟື້ນຟູຄືນ ແລະ ບໍ່ມີຄຳຮ້ອງທຸກຄ້າງຄາ. ຈາກນັ້ນ ຈຶ່ງອອກບົດລາຍງານສຳເລັດແຜນ.
ດຳເນີນຄຽງຄູ່ ທຸກຂັ້ນຕອນ
3 ວຽກນີ້ ບໍ່ແມ່ນຂັ້ນຕອນ. ເລີ່ມແຕ່ກອງປະຊຸມບ້ານ ຄັ້ງທຳອິດ ແລະ ສືບຕໍ່ ຈົນສຳເລັດແຜນ.
- ຂັ້ນຕອນທີ 1 ຫາ 10
ການປຶກສາຫາລື ແລະ ການເຜີຍແຜ່ຂໍ້ມູນກ່ຽວກັບໂຄງການ
ກອງປະຊຸມ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ພ້ອມກອງປະຊຸມສະເພາະ ກັບແມ່ຍິງ, ຊົນເຜົ່າ ແລະ ຄົວເຮືອນບອບບາງ.
- ຂັ້ນຕອນທີ 1 ຫາ 10
ການແກ້ໄຂຄຳຮ້ອງທຸກ
ເປີດຮັບ ກ່ອນການສຳຫຼວດ ຄັ້ງທຳອິດ ແລະ ສືບຕໍ່ ຈົນຫຼັງສຳເລັດແຜນ. ທຸກຄຳຮ້ອງທຸກ ຖືກບັນທຶກ ແລະ ຕອບ ພາຍໃນເວລາ ທີ່ກຳນົດ.
- ຂັ້ນຕອນທີ 1 ຫາ 10
ການຕິດຕາມ ແລະ ການລາຍງານ
ການຕິດຕາມພາຍໃນ ປະຈຳເດືອນ ແລະ ປະຈຳໄຕມາດ, ການກວດກາຈາກພາຍນອກ ປະຈຳປີ ແລະ ການຕິດຕາມລາຍຮັບ ຂອງຄົວເຮືອນ ຫຼັງການຍົກຍ້າຍ.
ເງື່ອນໄຂ ທີ່ພວກເຮົາ ຍຶດຖື
ລຳດັບ ຂອງຂັ້ນຕອນ ປົກປ້ອງຄົວເຮືອນ ທີ່ໄດ້ຮັບຜົນກະທົບ. ເງື່ອນໄຂເຫຼົ່ານີ້ ຮັກສາລຳດັບນັ້ນ.
ກ່ອນແຈ້ງໃຫ້ບ້ານຮັບຮູ້ ແລະ ກ່ອນກົນໄກແກ້ໄຂຄຳຮ້ອງທຸກ ເປີດນຳໃຊ້.
ກ່ອນຈ່າຍຄ່າທົດແທນ ຄົບຖ້ວນ.
ກ່ອນເຮືອນ ແລະ ການບໍລິການ ຢູ່ບ້ານຈັດສັນໃໝ່ ໄດ້ຮັບການກວດຮັບ.
ໃນໄລຍະພັນສາ, ລະດູເກັບກ່ຽວ ຫຼື ລະດູຝົນໜັກ.
ກ່ອນການປະເມີນ ໂດຍພາກສ່ວນເອກະລາດ.
ຖ້າໂຄງການຂອງທ່ານ ຕ້ອງຍົກຍ້າຍປະຊາຊົນ ຫຼື ນຳໃຊ້ທີ່ດິນຂອງປະຊາຊົນ, ທ່ານສາມາດຕິດຕໍ່ ແລະ ປຶກສາກັບພວກເຮົາໄດ້ ໃນທຸກໜ້າວຽກ ນັບແຕ່ເລີ່ມວາງແຜນ ຈົນຈົບໂຄງການ: ການສຳຫຼວດ, ການທົດແທນ, ການກໍ່ສ້າງບ້ານຈັດສັນໃໝ່, ການຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່.
ພຽງແຈ້ງປະເພດໂຄງການ, ສະຖານທີ່ ແລະ ຂັ້ນຕອນທີ່ກຳລັງດຳເນີນຢູ່ ພວກເຮົາຈະຕອບກັບ ພ້ອມຄຳແນະນຳວ່າ ໂຄງການຄວນມີການສຳຫຼວດ, ແຜນ ແລະ ການອະນຸມັດ ອັນໃດແດ່.