
ແຫຼ່ງຄວາມຮູ້
ຄຳອະທິບາຍສັ້ນໆ ກ່ຽວກັບຄຳສັບ ແລະ ວິທີການພາກສະໜາມ ທີ່ນຳໃຊ້ ໃນວຽກງານການຈັດສັນຍົກຍ້າຍ ໃນ ສປປ ລາວ.
- 01
ແຜນຈັດຕັ້ງປະຕິບັດການຈັດສັນຍົກຍ້າຍ (RAP) ແມ່ນຫຍັງ?
ແຜນຈັດຕັ້ງປະຕິບັດການຈັດສັນຍົກຍ້າຍ (RAP) ແມ່ນເອກະສານທີ່ເຈົ້າຂອງໂຄງການ ຫຼື ອົງການລັດທີ່ຮັບຜິດຊອບ ສ້າງຂຶ້ນ ເພື່ອກຳນົດວິທີແກ້ໄຂຜົນກະທົບຕໍ່ປະຊາຊົນ ທີ່ຕ້ອງສູນເສຍທີ່ດິນ, ເຮືອນ, ຊັບສິນ ຫຼື ລາຍຮັບ ອັນເນື່ອງມາຈາກໂຄງການ.
- 02
ວັນກຳນົດສິດ (Cut-off Date) ແມ່ນຫຍັງ?
ໝາຍເຖິງ ວັນທີ່ ຄະນະກຳມະການຄຸ້ມຄອງການຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ ຂັ້ນແຂວງ ຫຼື ອົງການທີ່ກ່ຽວຂ້ອງ ຮັບຮອງ ການຂຶ້ນທະບຽນ ປະຊາກອນ, ທີ່ດິນ ແລະ ຊັບສິນ ໃນຂອບເຂດໂຄງການ ທີ່ອາດໄດ້ຮັບຜົນກະທົບ ຈາກການພັດທະນາໂຄງການ. ທຸກການເຄື່ອນໄຫວ ທີ່ເກີດຂຶ້ນ ພາຍຫຼັງວັນດັ່ງກ່າວ (ເຊັ່ນ: ການປຸກສ້າງໃໝ່, ການປູກຝັງໃໝ່ ຫຼື ການຍ້າຍເຂົ້າມາຢູ່ໃໝ່) ຈະບໍ່ໄດ້ຮັບການທົດແທນ ຈາກເຈົ້າຂອງໂຄງການ, ຍົກເວັ້ນ ກໍລະນີ ແຜນການທົດແທນ ບໍ່ໄດ້ຈັດຕັ້ງປະຕິບັດ ພາຍໃນ 12 ເດືອນ ນັບແຕ່ວັນກຳນົດສິດ ເຊິ່ງຕ້ອງປະເມີນມູນຄ່າທົດແທນຄືນໃໝ່. (ດຳລັດ ເລກທີ 84/ລບ, ລົງວັນທີ 5 ເມສາ 2016, ມາດຕາ 8 ຂໍ້ 10 ແລະ 12; ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ ເລກທີ 45/ສພຊ, ລົງວັນທີ 15 ມິຖຸນາ 2018, ມາດຕາ 22 ຂໍ້ 12 ແລະ 13.)
- 03
ວິທີວັດແທກ DBH (ເສັ້ນຜ່າສູນກາງ ລະດັບໜ້າເອິກ)
DBH ແມ່ນ ເສັ້ນຜ່າສູນກາງ ຂອງລຳຕົ້ນໄມ້ ທີ່ວັດແທກ ໃນລະດັບສູງ 1.3 ແມັດ ຈາກໜ້າດິນ (ລະດັບໜ້າເອິກ). ການສຳຫຼວດຊັບສິນ ໃຊ້ DBH ເພື່ອຈັດປະເພດຕົ້ນໄມ້ ຕາມຂະໜາດ.
- 04
ວິທີການສຳຫຼວດ ທີ່ດິນ ແລະ ຊັບສິນ
ການສຳຫຼວດຊັບສິນ ບັນທຶກທຸກສິ່ງ ທີ່ຄົວເຮືອນ ຈະສູນເສຍ. ທີມງານ ຈາກໂຄງການ, ເມືອງ ແລະ ອົງການປົກຄອງບ້ານ ລົງແຕ່ລະຕອນດິນ ຮ່ວມກັບເຈົ້າຂອງ.
- 05
ຕາຕະລາງສິດຜູ້ໄດ້ຮັບຜົນກະທົບ ແມ່ນຫຍັງ?
ຕາຕະລາງສິດຜູ້ໄດ້ຮັບຜົນກະທົບ (Entitlement Matrix) ແມ່ນຕາຕະລາງ ທີ່ລະບຸ ປະເພດການສູນເສຍ ແຕ່ລະປະເພດ, ຜູ້ມີສິດ ແລະ ສິ່ງທີ່ໄດ້ຮັບ: ການທົດແທນ ເປັນເງິນ ຫຼື ເປັນສິ່ງຂອງ, ເຮືອນ ຫຼື ທີ່ດິນທົດແທນ, ເງິນອຸດໜູນ ແລະ ການຊ່ວຍເຫຼືອດ້ານອາຊີບ.
- 06
ການປຶກສາຫາລື, ການແກ້ໄຂຄຳຮ້ອງທຸກ ແລະ ການຕິດຕາມ
ການປຶກສາຫາລືກັບຜູ້ໄດ້ຮັບຜົນກະທົບ ເປັນຂໍ້ບັງຄັບ ແລະ ຕ້ອງດຳເນີນຕໍ່ເນື່ອງ ດ້ວຍພາສາ ແລະ ຮູບແບບທີ່ປະຊາຊົນເຂົ້າໃຈ ພ້ອມບັນທຶກທຸກກອງປະຊຸມ.
- 07
ການກຳນົດຜູ້ໄດ້ຮັບຜົນກະທົບ ແລະ ຊັບສິນ ເຮັດແນວໃດ?
ສ້າງແຜນທີ່ ເຂດທີ່ໄດ້ຮັບຜົນກະທົບ ແລະ ເຂດບ້ານຈັດສັນໃໝ່.
- 08
ມູນຄ່າທົດແທນເຕັມ (Replacement Cost) ແມ່ນຫຍັງ?
ມູນຄ່າທົດແທນເຕັມ ແມ່ນລາຄາຕະຫຼາດ ບວກກັບຄ່າໃຊ້ຈ່າຍໃນການໂອນ ແລະ ຂຶ້ນທະບຽນ, ໂດຍບໍ່ຫັກຄ່າເສື່ອມລາຄາ ຫຼື ມູນຄ່າວັດສະດຸທີ່ຮື້ຖອນໄດ້.
- 09
IFC Performance Standard 5 (PS5) ແມ່ນຫຍັງ?
IFC Performance Standard 5 (PS5) ວ່າດ້ວຍການໄດ້ມາຂອງທີ່ດິນ ແລະ ການຍົກຍ້າຍແບບບໍ່ສະໝັກໃຈ ແມ່ນໜຶ່ງໃນ 8 ມາດຕະຖານ ດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງບໍລິສັດການເງິນສາກົນ (IFC). ມາດຕະຖານນີ້ ນຳໃຊ້ ເມື່ອໂຄງການ ໄດ້ມາຊຶ່ງທີ່ດິນ ຫຼື ຈຳກັດການນຳໃຊ້ທີ່ດິນ ແລະ ເຮັດໃຫ້ປະຊາຊົນ ຕ້ອງຍົກຍ້າຍທີ່ຢູ່ອາໄສ (ສູນເສຍເຮືອນ) ຫຼື ໄດ້ຮັບຜົນກະທົບທາງເສດຖະກິດ (ສູນເສຍຊັບສິນ ຫຼື ລາຍຮັບ).
- 10
ການຍົກຍ້າຍແບບບໍ່ສະໝັກໃຈ ແມ່ນຫຍັງ?
ການຍົກຍ້າຍ ຖືວ່າ ບໍ່ສະໝັກໃຈ (Involuntary Resettlement) ເມື່ອຜູ້ໄດ້ຮັບຜົນກະທົບ ບໍ່ມີສິດປະຕິເສດ. ກໍລະນີນີ້ ເກີດຂຶ້ນ ເມື່ອທີ່ດິນ ຖືກນຳໃຊ້ ຕາມກົດໝາຍ ເພື່ອໂຄງການພັດທະນາ ແລະ ລວມເຖິງ ກໍລະນີ ທີ່ມີການເຈລະຈາຊື້ຂາຍ ແຕ່ທີ່ດິນ ສາມາດຖືກນຳໃຊ້ ຕາມກົດໝາຍ ຖ້າການເຈລະຈາ ບໍ່ສຳເລັດ.
- 11
ແຜນຟື້ນຟູຊີວິດການເປັນຢູ່ (LRP) ແມ່ນຫຍັງ?
ແຜນຟື້ນຟູຊີວິດການເປັນຢູ່ (Livelihood Restoration Plan, LRP) ກຳນົດວ່າ ຄົວເຮືອນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ຈະຟື້ນຟູລາຍຮັບ ແລະ ຊີວິດການເປັນຢູ່ ໃຫ້ກັບຄືນມາ ຢ່າງໜ້ອຍເທົ່າເດີມ ແນວໃດ ແລະ ໂຄງການ ຈະສະໜອງຫຍັງ ເພື່ອໃຫ້ບັນລຸຜົນ.
- 12
ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ (ເລກທີ 45/ສພຊ, 2018) ແມ່ນຫຍັງ?
ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ ແມ່ນກົດໝາຍຫຼັກ ຂອງ ສປປ ລາວ ທີ່ກຳນົດວິທີການຈັດສັນຍົກຍ້າຍປະຊາຊົນ ແລະ ການຟື້ນຟູຊີວິດການເປັນຢູ່. ສະພາແຫ່ງຊາດ ຮັບຮອງໃນວັນທີ 15 ມິຖຸນາ 2018 ແລະ ປະທານປະເທດ ປະກາດໃຊ້ໃນວັນທີ 1 ສິງຫາ 2018. ກົດໝາຍມີ 12 ພາກ, 85 ມາດຕາ.
- 13
ESIA (ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ) ແມ່ນຫຍັງ?
ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (Environmental and Social Impact Assessment, ESIA) ແມ່ນການສຶກສາ ທີ່ກຳນົດວ່າ ໂຄງການ ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ທີ່ອາໄສຢູ່ໃນ ແລະ ອ້ອມຂ້າງພື້ນທີ່ໂຄງການ ແນວໃດ ແລະ ກຳນົດວິທີ ຫຼີກລ່ຽງ, ຫຼຸດຜ່ອນ ຫຼື ທົດແທນ ຜົນກະທົບເຫຼົ່ານັ້ນ. ການສຶກສານີ້ ຈັດທຳ ກ່ອນໂຄງການ ໄດ້ຮັບອະນຸມັດ.
- 14
ການຈັດສັນຍົກຍ້າຍ ແລະ ການຍົກຍ້າຍ ຕ່າງກັນແນວໃດ?
ການຍົກຍ້າຍ (Relocation) ແມ່ນການຍ້າຍທີ່ຢູ່ຕົວຈິງ: ປະຊາຊົນອອກຈາກເຮືອນເດີມ ໄປຕັ້ງຖິ່ນຖານບ່ອນໃໝ່. ການຈັດສັນຍົກຍ້າຍ (Resettlement) ແມ່ນຂະບວນການທັງໝົດ ລວມທັງການທົດແທນ, ການຍົກຍ້າຍ, ການສ້າງສິ່ງບໍລິການຄືນໃໝ່ ແລະ ການຟື້ນຟູຊີວິດການເປັນຢູ່ ຈົນມາດຕະຖານການເປັນຢູ່ ກັບຄືນມາ.
- 15
ໃຜມີສິດໄດ້ຮັບການທົດແທນ?
ການມີສິດ ບໍ່ຂຶ້ນກັບການມີໃບຕາດິນ. ຜູ້ທີ່ມີສິດຕາມກົດໝາຍ, ຜູ້ທີ່ມີສິດນຳໃຊ້ຕາມຮີດຄອງປະເພນີ ແລະ ຜູ້ທີ່ມີສິດຈາກການຄອບຄອງນຳໃຊ້ຕົວຈິງ ລ້ວນແຕ່ມີສິດໄດ້ຮັບການທົດແທນທີ່ດິນ ແລະ ຊັບສິນ.
- 16
ເປັນຫຍັງການທົດແທນຢ່າງດຽວ ຈຶ່ງບໍ່ພຽງພໍ?
ການຈ່າຍຄ່າຊັບສິນທີ່ສູນເສຍ ບໍ່ໄດ້ຮັບປະກັນວ່າ ຄອບຄົວຈະຟື້ນລາຍຮັບຄືນໄດ້.
ຖ້າທ່ານມີຄຳຖາມ
ຖ້າທ່ານມີຄຳຖາມ ກ່ຽວກັບວຽກຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ ທີ່ຍັງບໍ່ພົບຄຳຕອບໃນໜ້ານີ້, ທ່ານສາມາດສົ່ງຄຳຖາມມາຫາພວກເຮົາໄດ້. ພວກເຮົາຈະຕອບກັບທ່ານໂດຍກົງ ແລະ ຈະນຳຄຳຖາມທີ່ເປັນປະໂຫຍດ ມາເພີ່ມເຂົ້າໃນໜ້ານີ້ ເພື່ອໃຫ້ຜູ້ອື່ນໄດ້ຮຽນຮູ້ນຳກັນ.