ແຜນຈັດຕັ້ງປະຕິບັດການຈັດສັນຍົກຍ້າຍ (RAP) ແມ່ນເອກະສານທີ່ເຈົ້າຂອງໂຄງການ ຫຼື ອົງການລັດທີ່ຮັບຜິດຊອບ ສ້າງຂຶ້ນ ເພື່ອກຳນົດວິທີແກ້ໄຂຜົນກະທົບຕໍ່ປະຊາຊົນ ທີ່ຕ້ອງສູນເສຍທີ່ດິນ, ເຮືອນ, ຊັບສິນ ຫຼື ລາຍຮັບ ອັນເນື່ອງມາຈາກໂຄງການ.
RAP ລະບຸຜູ້ໄດ້ຮັບຜົນກະທົບ (PAPs) ທຸກຄົນ, ເງື່ອນໄຂການໄດ້ຮັບສິດ, ອັດຕາຄ່າທົດແທນ, ການຊ່ວຍເຫຼືອດ້ານການຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ ພ້ອມທັງກຳນົດງົບປະມານ, ກຳນົດເວລາຈັດຕັ້ງປະຕິບັດ ແລະ ພາກສ່ວນຮັບຜິດຊອບ ຢ່າງຈະແຈ້ງ.
RAP ຖືເປັນຄຳໝັ້ນສັນຍາຂອງໂຄງການ ຕໍ່ປະຊາຊົນ ແລະ ຜູ້ໃຫ້ທຶນ, ທັງເປັນຫຼັກປະກັນປົກປ້ອງໂຄງການ ຈາກຂໍ້ຮຽກຮ້ອງທີ່ຍື່ນມາພາຍຫຼັງວັນປິດການຂຶ້ນທະບຽນ (cut-off date) ຫຼື ຂໍ້ຮຽກຮ້ອງທີ່ບໍ່ມີມູນຄວາມຈິງ. ເປົ້າໝາຍຂັ້ນຕ່ຳສຸດ ແມ່ນ ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ບໍ່ຕ່ຳກວ່າເດີມ ແລະ ຄວນດີຂຶ້ນກວ່າເດີມ.
